ເຂົ້າໃຈຄວາມຕ້ອງການຂອງລູກຄ້າ ເພື່ອພັດທະນາສິນຄ້າ ການບໍລິການ ທີ່ແຕກຕ່າງ ແລະຫຼາກຫຼາຍ...

|

ປະຫວັດ ບໍລິສັດ

ບໍລິສັດ ຜະລິດຕະພັນສະຫວັນຢິບຊຳ ຈຳກັດ, ເປັນ ບໍລິສັດ ໃນເຄືອ ຂອງ ບໍລິສັດ ສັນຕິພາບ ສັງກະສີ ລາວ ຈຳກັດ ທີ່ໄດ້ເລີ້ມ ບຸກເບີກ ແຕ່ປີ 2007 ເປັນຕົ້ນມາ ເຊິ່ງມີແຫຼ່ງວັດຖຸດິບ ຫຼື ບໍ່ຫີນກາວ ຕັ້ງຢູ່ ບ້ານ ເຫຼົ່າໝາກຂ່າ, ເມືອງ ຈຳພອນ, ແຂວງ ສະຫວັນນະເຂດ, ໃນເນື້ອທີ່ ສຳປະທານ 436 ເຮັກຕາ ຫຼື 4,360,000 ຕາແມັດ.

ບໍລິສັດ ຜະລິດຕະພັນສະຫວັນຢິບຊຳ ຈຳກັດ, ເປັນບໍລິສັດຂອງຄົນລາວ 100% ແລະ ເປັນບໍລິສັດ ຜະລິດສິນຄ້າ ໂດຍນຳໃຊ້ ແຮ່ຢິບຊຳ ເຂົ້າໃນການປຸງແຕ່ງ ເປັນແຫ່ງທຳອິດຂອງ ສ.ປ.ປ. ລາວ ທີ່ໄດ້ມາດຕະຖານສາກົນ ນຳໃຊ້ເຕັກໂນໂລຊີ ທີ່ທັນສະ ໃໝ.

ບໍລິສັດ ສະຫວັນຢິບຊຳ ຈຳກັດ, ແຕ່ປີ 2010 ຄືນຫຼັງໄດ້ສຶກສາຄົ້ນຄວ້າກ່ຽວກັບຄວາມສາມາດ, ທ່າແຮງ ໃນການນຳໃຊ້ ແຮ່ຢິບຊຳ ເຂົ້າໃນການປຸງແຕ່ງເປັນຜະລິດຕະພັນສຳເລັດຮູບອອກຮັບໃຊ້ສັງຄົມ ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກ ໄປຍັງປະເທດເພື່ອນບ້ານ. ສະນັ້ນ, ຜູ້ບໍລິຫານຈຶ່ງໄດ້ຕັດສິນໃຈສ້າງຕັ້ງໂຮງງານປຸງແຕ່ງຂຶ້ນ ໂດຍໃສ່ຊື່ວ່າ: ບໍລິສັດ ຜະລິດຕະພັນ ສະຫວັນຢິບຊຳ ຈຳກັດ ຫຼື (Savan Gypsum Products Company Limited).
 


 
 

 

 

 

©2014 ບໍລິສັດ ຜະລິດຕະພັນ ສະຫວັນຢິບຊຳ ຈຳກັດຜູ້ດຽວ,​ ສະຫງວນລິຂະສິດ