|

ບົດຄວາມຂອງປະທານບໍລິສັດ 



ທ່ານ ສັງຄົມ ຈັນສຸກ
ປະທານ

ສປປ ລາວ ເປັນປະເທດທີ່ຕັ້ງຢູ່ອາຊີຕາເວັນອອກສ່ຽງໃຕ້ ຊຶ່ງອຸດົມສົມບູນ ໄປດ້ວຍ ຊັບພະຍາກອນ ແຮ່ທາດທຳມະຊາດ ຢ່າງຫຼວງຫຼາຍ ອັນເປັນທ່າແຮງ ທາງດ້ານ ເສດຖະກິດ ໃນການພັດທະນາ ປະເທດຊາດໃຫ້ຈະເລີນ ຮຸ່ງເຮືອງ ແລະ ເຂັ້ມແຂງ, ບົນພື້ນຖານ ຊັບພະຍາກອນ ທຳມະຊາດ ແລະ ທິດທາງນະໂຍບາຍຂອງ ພັກ-ລັດ ໃນການພັດທະນາ ເສດຖະກິດ ແລະ ຜະລິດສິນຄ້າ ເພື່ອຮັບໃຊ້ສັງຄົມ.

    ຂ້າພະເຈົ້າເຫັນຄວາມສຳຄັນໃນການສ້າງມູນຄ່າເພີ່ມແກ່ຊັບພະຍາກອນ ທຳມະຊາດ ເພື່ອ ຜະລິດເປັນສິນຄ້າເພື່ອແນ່ໃສ່ຮັບໃຊ້ຕະຫຼາດພາຍໃນປະເທດ ແລະຫຼຸດຜ່ອນ ການນຳເຂົ້າ, ສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະພັດທະນາສີມືແຮງງານ ໃຫ້ໄດ້ມາດຕະຖານ ສາກົນ ບໍ່ວ່າທາງດ້ານການຜະລິດ, ການບໍລິການກໍ່ແມ່ນເປົ້າໝາຍ.

ສະນັ້ນ, ດ້ວຍປະສົບການຂອງທິມງານບໍລິຫານ ພາຍໃຕ້ການນຳພາຂອງພັກ ແລະ ລັດ, ປັດໄຈຊັບພະຍາກອນ ທຳມະຊາດ ແລະ ຄວາມຕັ້ງໃຈ ແມ່ນມີຄວາມອາດສາມາດຜະລິດສິນຄ້າ ທີ່ມີຄຸນນະພາບມາດຕະຖານສາກົນ ເພື່ອຮັບໃຊ້ສັງຄົມ ຢ່າງທົ່ວເຖິງ.

 

ວິໄສທັດ:

ເປັນຜູ້ນຳທີ່ເປັນໜື່ງໃນດ້ານຜະລິດຕະພັນຢິບຊຳພາຍໃນປະເທດແລະພັດທະນາສູ່ການສົ່ງອອກ

-  ເຂົ້າໃຈຄວາມຕ້ອງການຂອງລູກຄ້າເພື່ອພັດທະນາສິນຄ້າການບໍລິການທີ່ແຕກຕ່າງ ແລະ ຫຼາກຫຼາຍ

-  ນຳສະເໜີທາງເລືອກແລະການບໍລິການທີ່ດີເລີດ

-  ເປັນຜູ້ນຳທາງດ້ານການຜະລິດສິນຄ້າມີຄຸນນະພາບທີ່ເປັນມິດກັບສິ່ງແວດລ້ອມ

-  ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ

-  ພັດທະນາປະສິດທິພາບຂອງຜະລິດຕະພັນໃຫ້ໄດ້ມາດຕະຖານສາກົນກ່ຽວກັບ:

   ຄຸນນະພາບການບໍລິຫານ ISO 9001:2008 ແລະ  ຄຸນນະພາບການບໍລິຫານທາງດ້ານສິ່ງແວດລ້ອມ
 
 ISO 14001:2004



ຄັງຮູບພາບ:

 

©2014 ບໍລິສັດ ຜະລິດຕະພັນ ສະຫວັນຢິບຊຳ ຈຳກັດຜູ້ດຽວ,​ ສະຫງວນລິຂະສິດ