|

ຜະລິດຕະພັນ

ໃນປັດຈຸບັນ ບໍລິສັດ ຜະລິດຕະພັນ ສະຫວັນຢິບຊຳ ຈຳກັດ, ຍັງຄົງມຸ່ງໝັ້ນໃນການສ້າງນະວັດຕະກຳ ທີ່ທັນສະໃໝ ແລະ ການພັດທະນາ ທຸລະກິດຜະລິດຕະພັນ ຢິບຊຳປລາສເຕີ ຢ່າງຕໍ່ເນື່ອງ ຜະລິດຕະພັນຂອງພວກເຮົາ ສາມາດ ແບ່ງເປັນ 5 ກຸ່ມຫຼັກ ດັ່ງນີ້:
 

1. ແຮ່ຢິບຊຳ ຫຼື ແຄລຊຽມຊັນເຟດໄຮເດຼດ; ປົກກະຕິຈະເປັນສີຂາວ ຫຼື ສີທີ່ເກີດຂຶ້ນຕາມ ທຳມະຊາດ ໃຊ້ໃນການເຮັດຊີເມັນ ແລະ ປູນປລາສເຕີ

ຂະໜາດທີ່ໂຮງງານຜະລິດ : 5-20ມມ ແລະ 50-350ມມ


 

   

2. ປູນປລາສເຕີງານຫຼໍ່ຂຶ້ນຮູບ; ຜະລິດຕະພັນສຳລັບເຮັດແຜ່ນບົວ, ແຜ່ນເພດານ ລາຍ ດອກ, ຫົວເສົາ (ເສົາໂຊ), ຝາຜະນັງ ຫຼື ຜະລິດຕະພັນໃດໆ ທີ່ທ່ານຕ້ອງການ ລວມທັງ ສາມາດ ໃຊ້ໃນການສ້ອມແຊມ ຫຼື ການຕົກແຕ່ງ.


» ຄຸນສົມບັດພິເສດ:
  • ຜະສົມເຂົ້າກັນໄດ້ງ່າຍ ໃຊ້ງານໄດ້ທັນທີ ໂດຍບໍ່ຕ້ອງຜະສົມກັບວັດຖຸອື່ນໆ
  • ຄຸນນະພາບສະໝ່ຳສະເໝີບໍ່ປ່ຽນແປງ ເມື່ອທຽບກັບສິນຄ້າປະເພດດຽວກັນ
  • ໃຊ້ຂຶ້ນຮູບງານທີ່ໃຊ້ຜິວປູນປລາສເຕີ
  • ຄວາມຄົງທົນທີ່ດີຢ້ຽມ ແລະແຂງແຮງ
  • ເວລາໃນການເຮັດວຽກດົນ ແຕ່ແຂງຕົວໃນຊ່ວງເວລາສຸດທ້າຍໄດ້ຢ່າງໄວວາ ເມື່ອທຽບກັບປະເພດດຽວກັນ
  • ປະຢັດເວລາໃນການເຮັດວຽກ
   

» ຄຸນສົມບັດພິເສດ:
  • ສຳລັບງານສາບແຜ່ນຢິບຊຳບອດ
  • ຜະສົມໄດ້ງ່າຍ ສາບລື່ນໂດຍບໍ່ຕ້ອງຜະສົມກັບວັດຖຸອື່ນໆ
  • ການຫົດຕົວຕ່ຳ ຄວາມທົນທານການແຕກລ້າວສູງ ແລະໃນການນຳໃຊ້
  • ຜິວນຽນລຽບ ງ່າຍໃນການຂັດແຕ່ງປະຢັດເວລາ

3. ແຜ່ນຢິບຊຳບອດ; ເປັນທີ່ຮູ້ຈັກຢ່າງແຜ່ຫຼາຍ ຮຽກກັນວ່າຝາຜະນັງເບົາ ຫຼື ແຜ່ນຝາຜະນັງ ຊຶ່ງໃຊ້ພາຍໃນອາຄານທັງຝາຜະນັງ ແລະ ແຜ່ນເພດານ ຕັ້ງແຕ່ກາງປີ ຄສ. 1940 ເປັນ ຕົ້ນມາ ການສ້າງເຮືອນເກືອບທັງໝົດໃຊ້ເຮັດຝາຜະນັງຢ່າງແພ່ຫຼາຍ ການກັ້ນແບ່ງຫ້ອງໃຊ້ໄມ້ ເປັນໂຄງສ້າງ ເພື່ອໃຫ້ແຜ່ນຝາຜະນັງມາຢຶດຕິດ ແຜ່ນຝາຜະນັງຈະຢຶດຕິດດ້ວຍສະກູຣກຽວ ຫຼື ຕະປູ ແລະ ສາບປິດຮອຍຕໍ່ດ້ວຍປູນສາບຊະນິດພິເສດໃຫ້ພື້ນຜິວກ້ຽງລຽບ ເບິ່ງເປັນອັນດຽວກັນ ຝາຜະນັງ ຈະເບິ່ງລຽບງ່າຍໃນການຕົບແຕ່ງ

ຂະໜາດຂອງແຜ່ນ : 9ມມ; 12ມມ X 1200ມມ X 2400ມມ

   

4. ປູນປລາສເຕີສາບຮອຍຕໍ່; ຜະລິດຕະພັນສຳລັບສາບຮອຍຕໍ່ຝາຜະນັງ ແລະ ແຜ່ນເພ ດານ, ຮອຍຕໍ່ແຜ່ນຢິບຊຳບອດ ແລະ ແຜ່ນໄຟເປີ້ຊີເມັນ (ໃຊ້ສະເພາະງານພາຍໃນອາຄານ ເທົ່ານັ້ນ)

ສຳລັບການຕົບແຕ່ງ ແລະ ການສາບລຽບຮອຍຕໍ່ ໃນຝາຜະນັງ ແລະ ແຜ່ນເພດານ ຂອງ ຢິບຊຳບອດ, ສາບປິດຫົວສະກູຣ, ສ້ອມແຊມຮອຍທີ່ຊຳລຸດ, ຕົບແຕ່ງຜິວໜ້າໃຫ້ລຽບນຽນກ່ອນ ທີ່ຈະທາສີ

5. ປູນປລາສເຕີ ຫຼໍ່ແມ່ພິມ; ຜະລິດຕະພັນສຳລັບຫຼໍ່ຂຶ້ນຮູບບົວ, ແຜ່ນເພດານ, ໂດມ, ຝາຜະນັງ ຫຼື ຜະລິດຕະພັນອື່ນ ທີ່ທ່ານຕ້ອງການ ໃຊ້ຫຼໍ່ເປັນແມ່ພິມໃນອຸດສາຫະກຳເຊລາມິກ ມັນສາມາດໃຊ້ໃນ ການສ້ອມແຊມ ຫຼື ການຕົກແຕ່ງໄດ້ດ້ວຍ


» ຄຸນສົມບັດພິເສດ:
  • ຜະສົມເຂົ້າກັນໄດ້ງ່າຍ ໃຊ້ງານໄດ້ທັນທີ ໂດຍບໍ່ຕ້ອງຜະສົມກັບວັດຖຸອື່ນໆ
  • ຄຸນນະພາບສະໝ່ຳສະເໝີບໍ່ປ່ຽນແປງ ເມື່ອທຽບກັບສິນຄ້າປະະພດດຽວກັນ
  • ໃຊ້ຂຶ້ນຮູບງານທີ່ໃຊ້ຜິວປູນປລາສເຕີ
  • ຄວາມຄົງທົນທີ່ດີຢ້ຽມ ແລະ ແຂງແຮງ
  • ເວລາໃນການເຮັດວຽກດົນ ແຕ່ແຂງຕົວໃນຊ່ວງເວລາສຸດທ້າຍ ໄດ້ຢ່າງໄວວາ ເມື່ອທຽບກັບສິນຄ້າປະເພດດຽວກັນ
  • ປະຢັດເວລາໃນການເຮັດວຽກ

 

 

 

©2014 ບໍລິສັດ ຜະລິດຕະພັນ ສະຫວັນຢິບຊຳ ຈຳກັດຜູ້ດຽວ,​ ສະຫງວນລິຂະສິດ